React Developer Tools

ໃຊ້ React Developer Tools ເພື່ອ ກວດ React components, ແກ້ໄຂ props ແລະ state, ແລະ ລະບຸບັນຫາດ້ານປະສິດທິພາບ.

You will learn

  • ວິທີຕິດຕັ້ງ React Developer Tools

Browser extension

ວິທີການທີ່ງ່າຍທີ່ສຸດໃນການ debug ເວັບໄຊທີ່ເຮັດດ້ວຍ React ແມ່ນຕິດຕັ້ງ React Developer Tools browser extension. ໃຊ້ໄດ້ກັບ browser ທີ່ນິຍົມກັນຫຼາຍໂຕ:

ປັດຈຸບັນ, ຖ້າທ່ານເຂົ້າເວັບໄຊ built with React, ທ່ານຈະເຫັນ Components ແລະ Profiler panels.

React Developer Tools extension

Safari ແລະ browser ອື່ນ

ສຳລັບ browser ອື່ນ (ຕົວຢ່າງ, Safari), ຕິດຕັ້ງ react-devtools npm package:

# Yarn
yarn global add react-devtools

# Npm
npm install -g react-devtools

ຈາກນັ້ນເປີດ developer tools ຜ່ານ terminal:

react-devtools

ຕໍ່ໄປແມ່ນເຊື່ອມຕໍ່ເວັບໄຊໂດຍການເພີ່ມ <script> tag ໃນບ່ອນເລີ່ມຕົ້ນ <head> ຂອງເວັບໄຊທ່ານ:

<html>
<head>
<script src="http://localhost:8097"></script>

ໂຫຼດເວັບໄຊຂອງທ່ານຄືນໃໝ່ໃນ browser ຕອນນີ້ ເພື່ອເບິ່ງໃນ developer tools.

React Developer Tools standalone

ມືຖື (React Native)

React Developer Tools ສາມາດໃຊ້ກວດແອັບຯທີ່ສ້າງດ້ວຍ React Native ໄດ້ຄືກັນ.

ວິທີການທີ່ງ່າຍທີ່ສຸດແມ່ນໃຊ້ React Developer Tools ທີ່ຕິດຕັ້ງມັນໃນທົ່ວເຄື່ອງທ່ານ:

# Yarn
yarn global add react-devtools

# Npm
npm install -g react-devtools

ຈາກນັ້ນເປີດ developer tools ຜ່ານ terminal.

react-devtools

ມັນຄວນເຊື່ອມຕໍ່ກັບແອັບ React Native ໃນເຄື່ອງທີ່ກຳລັງເຮັດວຽກຢູ່.

ລອງໂຫຼດແອັບໃໝ່ຖ້າ developer tools ບໍ່ມີການເຊື່ອມຕໍ່ໃນໄລຍະເວລາຕໍ່ມາ.

ຮຽນຮູ້ເພີ່ມເຕີມກ່ຽວກັບ debug ໃນ React Native.